ກ່ຽວກັບພວກເຮົາ
ພວກເຮົາເປັນຄົນລາວ
ປະເທດລາວເປັນປະເທດທີ່ບໍ່ມີອອກສູ່ທະເລໃນອາຊີຕາເວັນອອກສຽງໃຕ້ ມີປະຊາກອນ 7.1 ລ້ານຄົນ. ພາສາທີ່ຫລັກຄືພາສາລາວຊຶ່ງປະຊາກອນກວ່າເຄິ່ງໜຶ່ງໃຊ້ພາສານີ້. ສ່ວນທີ່ເຫລືອແບ່ງອອກເປັນພາສາຊົນເຜົ່າຕ່າງໆ. ປະຊາຊົນລາວໃນປະເທດ 60% ແມ່ນເຊື່ອຖືສາສະໜາພຸດ. ມີຄຣິສຕຽນພຽງແຕ່ 1.5% ຊຶງລວມທັງ 3 ນິກາຍຄື ສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ, ຄຣິສຕະຈັກຄະນະກາໂຕລິກ ແລະ ຄຣິສຕະຈັກຄະນະວັນເສົາ.
ການເຮັດວຽກກ່ຽວກັບພຣະຄໍາພີໃນລາວແມ່ນໄດ້ເລີ່ມຕົ້ນໃນປີ 1902 ໂດຍສະມາຄົມພຣະຄຳພີອິນໂດຈີນ (ເປັນສາຂາໜຶ່ງສະມາຄົມພຣະຄຳພີອັງກິດ ແລະສາມະຄົມພຣະຄຳພີຕ່າງປະເທດ). ຫລັງຈາກນັ້ນ, ສະມາຄົມພຣະຄຳພີໃນລາວກໍໄດ້ຖືກສ້າງຕັ້ງຂຶ້ນໃນປີ 1966 ແຕ່ໄດ້ຖືກຢຸດຕິໃນປີ 1975. ປະຈຸບັນນີ້, ຍັງບໍ່ມີສາມະຄົມພຣະຄຳພີຢ່າງເປັນທາງການພາຍໃນປະເທດ. ໃນປີ 2017, ພວກເຮົາໄດ້ຈົດທະບຽນໃນນາມຮ້ານໜັງສືທີ່ເອື້ນວ່າ Life Bookstore (ຮ້ານຂາຍໜັງສືແຫ່ງຊີວິດ). ໂດຍຜ່ານຮ້ານໜັງສືດັ່ງກ່າວນີ້ ພວກເຮົາກໍ່ສາມາດເຕີບໂຕໃນດ້ານການຈຳໜ່າຍພຣະຄຳພີຂອງພວກເຮົາພາຍໃນຕົວເມືອງ ແລະໃນທົ່ວໄປປະເທດ.
ພວກເຮົາ ຄືສະມາຄົມພຣະຄຳພີ
ສະມາຄົມພຣະຄຳພີສາກົນ United Bible Societies (UBS) ກໍ່ຕັ້ງຂຶ້ນໃນປີ 1946, ເປັນຊື່ທີ່ໃຊ້ເອີ້ນສຳລັບກຸ່ມສະມາຄົມພຣະຄຳພີທີ່ມີ 147 ສະມາຄົມໃນ 200 ປະເທດ ແລະໃນຂົງເຂດຕ່າງໆ. ສະມາຄົມພຣະຄຳພີໄດ້ມີສ່ວນຮ່ວມພັນທະກິດຮ່ວມກັນໃນການນຳໃຊ້ພະຍາກອນທີ່ພຣະເຈົ້າໄດ້ມອບໃຫ້ຢ່າງມີປະສິດຕະພາບເພື່ອໃສ່ຖ້ອຍຄຳຂອງພຣະເຈົ້າໄວ້ໃນຫົວໃຈ ແລະຄວາມຄິດຂອງຄົນຜູ້ທີ່ພວກເຂົາຮັບໃຊ້ຢູ່.
ມີປະຫວັດສາດຫລາຍກວ່າ 100 ປີຂອງການຈັດຕັ້ງວຽກງານພຣະຄຳພີໃນປະເທດລາວ. ຍ້ອນກັບໄປໃນປີ 1902. ໃນຊ່ວງເວລານັ້ນ, ວຽກງານພຣະຄຳພີໃນປະເທດລາວເປັນສ່ວນໜຶ່ງຂອງສະມາຄົມພຣະຄຳພີອິນໂດຈີນ (ເປັນສາຂາໜຶ່ງສະມາຄົມພຣະຄຳພີແຫ່ງອັງກິດ ແລະສາມະຄົມພຣະຄຳພີຕ່າງປະເທດ).
ຕໍ່ມາ, ສະມາຄົມພຣະຄຳພີໃນປະເທດລາວແມ່ນໄດ້ຖືກກໍ່ຕັ້ງຂຶ້ນໃນປີ 1966 ແຕ່ໄດ້ຢຸດຕິລົງໃນປີ 1975. ໃນປະຈຸບັນ, ຂະນະທີ່ມີບໍ່ມີສະມາຄົມພຣະຄຳຢ່າງເປັນທາງການພາຍໃນປະເທດ. ຢ່າງໃດກໍຕາມ, ການແປພຣະຄຳພີ ແລະການພະລິດຍັງຄົງສືບຕໍ່ໂດຍຜ່ານການຮ່ວມມືລະຫວ່າງສະມາຄົມພຣະຄຳພີສາກົນ ແລະຄຣິສຕະຈັກທ້ອງຖິ່ນ. ທີມງານຂອງພວກເຮົາໃນນະຄອນຫລວງວຽງຈັນຍັງຄົງສືບຕໍ່ຮັກສານິມິດອັນດຽວກັນກັບຜູ້ທີ່ໄດ້ເຮັດໜ້າທີ່ນີ້ມາກ່ອນ ແລະ ກັບເພື່ອນຮ່ວມງານຂອງພວກເຮົາຈາກທົ່ວໂລກ ເພື່ອເຮັດໃຫ້ຖ້ອຍຄຳຂອງພຣະເຈົ້າສາມາດເຂົ້າເຖິງທຸກໆຄົນ.