ເຖິງແມ່ນວ່າ ໃນປັດຈະບັນນີ້ ຍັງບໍ່ມີສະມາຄົມພຣະຄຳພີຢ່າງເປັນທາງການໃນປະເທດລາວກໍ່ຕາມ, ພວກເຮົາກໍມີທີມງານທີ່ເຮັດວຽກໃນປະເທດລາວ. ໂດຍຜ່ານການຮ່ວມມືກັນລະຫວ່າງຄຣິສຕະຈັກທ້ອງຖິ່ນແລະສະມາຄົມພຣະຄຳພີສາກົນ, ພວກເຮົາກໍສາມາດເຮັດວຽກການແປ ແລະການຜະລິດພຣະຄຳພີ. ພວກເຮົາມີນິມິດດຽວກັນກັບຜູ້ທີ່ເຮັດໜ້ານີ້ມາກ່ອນ ແລະເພື່ອນຮ່ວມງານທົ່ວໂລກ ເພື່ອເຮັດໃຫ້ຖ້ອຍຄຳຂອງພຣະເຈົ້າສາມາດເຂົ້າເຖິງທຸກຄົນ. ດ້ວຍເຫດນີ້, ຈຸດປະສົງຂອງພວກເຮົາແມ່ນເພື່ອເຮັດໃຫ້ຖ້ອຍຄຳຂອງພຣະເຈົ້າມີພຽງພໍສຳລັບຄົນລາວ, ໃນຮູບແບບພາສາທີ່ພວກເຂົາສາມາດເຂົ້າໃຈໄດ້ ແລະ ສື່ທີ່ສາມາດຕອບສະໜອງຄວາມຕ້ອງການຂອງຄົນ. ຈຸດທີ່ພວກເຮົາເນັ້ນຕົ້ນຕໍກໍ່ຄື ການແປພຣະຄຳພີ, ການພິມຈຳໝ່າຍ ແລະການແຈກຢາຍ, ມີສ່ວນຮ່ວມໃນພຣະຄໍາພີ, ການສົ່ງເສີມ, ແລະການອ່ານອອກຂຽນໄດ້.